ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍ້ອງຍໍຜົນງານລວມໝູ່ ບຸກຄົນ ຂອງໂຄງການ 01728 ແລະ ຍ້ອງຍໍຜົນງານ
ໃນການປະກອບສ່ວນເຂົ້າຮ່ວມແຂ່ງຂັນກິລາການທະຫານສາກົນ


    ກົມສື່ສານ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີຍ້ອງຍໍຜົນງານລວມໝູ່ ບຸກຄົນ ຂອງໂຄງການ01728, ຍ້ອງຍໍຜົນງານທີ່ມີຜົນງານດີເດັ່ນ
ໃນການປະກອບສ່ວນເຂົ້າຮ່ວມແຂ່ງຂັນກິລາການທະຫານ ສາກົນ ປະຈຳປີ2022 ( ARMY GAMES-2022 ຢູ່ ສ ລັດເຊຍ ) ແລະ ປະດັບ
ຊັ້ນໃຫ້ນັກຮຽນທີ່ຮຽນຈົບຈາກ ສ. ລັດເຊຍ, ສ.ສ ຫວຽດນາມ ຂຶ້ນໃນວັນທີ 15 ກັນຍາ 2023 ທີ່ຜ່ານມາ ນີ້, ໂດຍການເປັນປະທານຂອງ ສະ
ຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີປະທານບໍລິສັດ ເບສ
ເທເລຄອມ, ຄະນະພັກ-ຄະນະບັນຊາກົມ, ພະແນກການ, ກົມກອງສື່ສານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

     ສະຫາຍ ພັນໂທ ສົມໃຈ ເທບພະໂສລັດ ຫົວໜ້າພະແນກຈັດຕັ້ງກົມສື່ສານ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ຍ້ອງຍໍຜົນງານດີເດັ່ນໃຫ້ແກ່ກົມກອງລວມໝູ່ ບຸກຄົນ ໃນນັ້ນ, ມອບຫຼຽນໄຊພິລະ
ອາດຫານຊັ້ນ II ຂອງໂຄງການ 01728 ໃຫ້ກົມກອງລວມໝູ່ ຈໍານວນ 36 ກົມກອງ, ບຸກຄົນ ຈໍານວນ 582 ສະຫາຍ, ມອບຫຼຽນໄຊພິລະອາດ
ຫານຊັ້ນ III ໃຫ້ກົມກອງລວມໝູ່ ຈໍານວນ 35 ສະຫາຍ, ບຸກຄົນ ຈໍານວນ 1,006 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ແກ່ກົມ
ກອງລວມໝູ່ ຈໍານວນ 4 ກົມກອງ, ບຸກຄົນຈໍານວນ 1,152 ສະຫາຍ, ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍ້ອງຍໍ ການແຂ່ງຂັນກິ
ລາການທະຫານ ສາກົນ ປະຈຳປີ 2022 ຢູ່ ສ.ລັດເຊຍ ໃນນັ້ນ, ມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ກົມກອງລວມໝູ່ ຈໍານວນ 3 ກົມກອງ,
ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ແກ່ບຸກຄົນຈໍານວນ 8 ສະຫາຍ ແລະ 3 ບໍລິສັດ. ພ້ອມນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫ່ຍການເມືອງ
ກອງທັບ ວ່າດ້ວຍການປະດັບຊັ້ນ, ຊັບຊ້ອນນັກຮຽນ-ນັກ ສຶກສາ ທີ່ຈົບຈາກ ສ.ລັດເຊຍ ແລະ ສ.ສ ຫວຽດນາມ ໃນນັ້ນ, ປະດັບຊັ້ນ ຮ້ອຍໂທ ໃຫ້
ນັກຮຽນທີ່ຮຽນຈົບປະລິນຍາຕີ ວິທະຍຸສື່ສານ ຈາກວິທະຍາຄານສື່ສານ ສ.ລັດເຊຍ ຈຳນວນ 7 ສະຫາຍ, ປະດັບຊັ້ນ ຮ້ອຍໂທ ໃຫ້ນັກຮຽນທີ່ຮຽນ
ຈົບສື່ສານຊັ້ນປະລິນຍາຕີ ຈາກໂຮງຮຽນນາຍທະຫານ ສື່ສານ ສ.ສ ຫວຽດນາມ ຈຳນວນ 3 ສະຫາຍ.

     ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດດັ່ງກ່າວ, ພ້ອມທັງໄດ້ເນັ້ນໜັກ
ໃຫ້ບັນດາກົມກອງ ແລະ ນັກສຶກສາທີ່ສໍາເລັດການສຶກສາໃນຄັ້ງນີ້, ສືບ ຕໍ່ຮັກສາມູນເຊື້ອໃນການໄດ້ຮັບການຍ້ອງຜົນງານດັ່ງກ່າວໃຫ້ໂດດເດັ່ນຂຶ້ນ
ເລື້ອຍໆ ພ້ອມທັງຮຽກຮ້ອງໃຫ້ບັນດານັກສຶກສາ ສືບຕໍ່ບຸກບືນຄົ້ນຄວ້າຮໍ່າຮຽນແຂ່ງຂັນສ້າງຜົນງານ ນໍາເອົາບົດຮຽນທີ່ຮຽນມາໄປຈັດຕັ້ງປະຕິບັດ
ໝູນໃຊ້ເຂົ້າໃນພາລະກິດໜ້າທີ່ການເມືອງຂອງຕົນໃຫ້ສອດຄ່ອງຖືກຕ້ອງ ເຝິກຝົນສ້າງຕົນເອງໃຫ້ເປັນພະນັກງານທີ່ດີເດັ່ນ ເອົາໃຈໃສ່ປັບປຸງເຫຼົ່າຮົບ
ຂອງຕົນເອງໃຫ້ທັນຍຸກທັນສະໄໝ ຮັບປະກັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ເຂັ້ມແຂງໜັກແໜ້ນພ້ອມກັນເຮັດສໍາເລັດໜ້າທີ່ ທີ່ພັກ-ລັດ
ແລະ ປະເທດຊາດມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ວາດສະໜາ ພຸດທະວົງ
ວັນທີ 19/09/2023